สรรหามาเล่า » ลาว เจอวิกฤติหนักจากเศรษฐกิจหรือไม่ มาวิเคราะห์ให้ฟัง

ลาว เจอวิกฤติหนักจากเศรษฐกิจหรือไม่ มาวิเคราะห์ให้ฟัง

13 มิถุนายน 2022
171   0

ลาวเข้าสู่ Stagflation เพราะเศรษฐกิจตกต่ํา ราคาสินค้าแพง

ทําไมลาวถึงเข้าไปใน Stagflation? วันนี้ 10 Story จะมาวิเคราะห์ให้ฟัง

ถ้าถามประชาชนทั่วไปว่าประเด็นที่น่ากังวลที่สุดในตอนนี้ หนึ่งในนั้นคือปัญหาเรื่องเงิน โดยเฉพาะสินค้าและบริการที่ขึ้นราคาเกือบทุกอย่าง จนหลายคนถามว่าเหลืออะไรไม่ขึ้นราคา?

ตั้งแต่ต้นปี 2022 ค่าโดยสาร สปป. ลาว ก็พุ่งสูงขึ้นอย่างต่อเนื่อง สูงสุด อัตราค่าโดยสารในเดือนเมษายนที่ 9.9% เป็นอัตราค่าโดยสารสูงสุดในรอบเกือบ 14 ปี

มาดูเศรษฐกิจของลาวกัน วิเคราะห์ข้อเท็จจริงว่ามีวิกฤตมากมาย ทั้งปัญหากีบ สูงสุดในประวัติศาสตร์ ซึ่งภายในหนึ่งปีอ่อนค่าลง 30% หนี้ภายในและต่างประเทศของรัฐบาลอยู่ในระดับสูงสุด ปัญหาของ Foreign exchan อัตรา ge ยังคงลดลงอย่างต่อเนื่องนับตั้งแต่ Covid-19 การระบาด

และปัญหาในปัจจุบันคือ ไม่มีน้ํามันในหลายสูบ ทําให้หลายคนตั้งคําถามว่า “ลาวมาถึงจุดนี้ได้อย่างไร” ซึ่งอาจนําไปสู่ภาวะถดถอย

จากภาวะถดถอยควบคู่ไปกับปัญหาสินค้าโภคภัณฑ์ที่มีราคาสูงที่พูดตอนแรกอาจนําพาประเทศไปสู่วิกฤตเศรษฐกิจที่เรียกว่า “Stagflation”

Stagflation มาจาก Stagnation เนื่องจากการตกต่ําของเศรษฐกิจและเงินเฟ้อเนื่องจากเงินเฟ้อทางการเงิน Stagflation เนื่องจากภาวะถดถอยเนื่องจากเศรษฐกิจลดลง แต่ราคาสินค้าโภคภัณฑ์สูง

แอดมินกังวลมากเกี่ยวกับ Stagflation หากปัญหาเหล่านี้เกิดขึ้น

เมื่อราคาอาหารเหล่านี้ขึ้น (ขึ้นหรือลง) ภาระก็จะตกอยู่ที่ผู้บริโภคที่มีรายได้เท่าเดิม แต่สินค้าในท้องถิ่นจะลดราคาสินค้าลง และหากเป็นเช่นนี้ต่อไป ผลลัพธ์ที่ตามมาคือคนที่ไม่มีเงิน กระเป๋าโล่ง เงินค้างจ่าย หัวธุรกิจพังเพราะแบกทุนไม่ได้ ไม่มีคนซื้อ สุดท้ายเศรษฐกิจก็พังทลาย

ປະເທດລາວກຳລັງເຂົ້າສູ່ Stagflation ພາວະເສດຖະກິດຕົກຕໍ່າ ລາຄາສິນຄ້າແພງ

ເປັນຫຍັງປະເທດລາວກຳລັງເຂົ້າສູ່ພາວະ Stagflation? ມື້ນີ້ 10 Story ຈະມາວິເຄາະສູ່ຟັງ

ຖ້າຖາມຄົນທົ່ວໄປວ່າ ບັນຫາທີ່ກັງວົນຫຼາຍທີ່ສຸດຕອນນີ້ ໜື່ງໃນນັ້ນຕ້ອງມີ ບັນຫາເງິນເຟີ້ ໂດຍສະເພາະບັນຫາສິນຄ້າແລະບໍລິການຕ່າງໆທີ່ພ້ອມໃຈກັນຂື້ນລາຄາ ຂື້ນເກືອບວ່າທຸກຢ່າງ ຈົນຫຼາຍຄົນຖາມວ່າ ຍັງເຫຼືອຫຍັງແດ່ທີ່ບໍ່ຂື້ນລາຄາ?

ເຊິ່ງນັບແຕ່ຕົ້ນປີ 2022 ທີ່ຜ່ານມາອັດຕາເງິນເຟີ້ໃນ ສປປ ລາວ ເພີ່ມສູງຂື້ນຢ່າງຕໍ່ເນື່ອງ ແລະ ເພິ່ມໃນລະດັບທີ່ສູງພໍ່ສົມຄວນ ໂດຍຫຼ້າສຸດ, ອັດຕາເງິນເຟີ້ໃນເດຶອນເມສາຢູ່ທີ່ 9.9% ເປັນອັດຕາເງິນເຟີ້ທີ່ສູງສຸດໃນຮອບເກືອບ 14 ປີ

ມາເບິ່ງທາງດ້ານເສດຖະກິດປະເທດລາວ ວິເຄາະຕາມຄວາມເປັນຈີງເລີຍວ່າ ກຳລັງວິກິດຫຼາຍດ້ານ ບໍ່ວ່າຈະເປັນ ບັນຫາເງິນກີບອ່ອນຄ່າສູງສຸດໃນປະຫວັດສາດ ເຊິ່ງພາຍໃນປີດຽວອ່ອນຄ່າໄປແລ້ວ 30% ບັນຫາໜີ້ສິນພາຍໃນແລະຕ່າງປະເທດຂອງລັດຖະບານທີ່ຢູ່ໃນລະດັບທີ່ສູງພໍ່ສົມຄວນ ບັນຫາຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ການແຜ່ລະບາດໂຄວິດ-19

ແລະບັນຫາທີ່ກຳລັງປະເຊີນໃນປະຈຸບັນນີ້ເລີຍ ກໍ່ຄື ນໍ້າມັນເຊື້ອໄຟຫຼາຍປໍ້າບໍ່ມີໃຫ້ໃສ່ ຈົນເຮັດໃຫ້ຫຼາຍຄົນຕັ້ງຄຳຖາມວ່າ “ປະເທດລາວມາຮອດຈຸດນີ້ໄດ້ແນວໃດ” ເຊິ່ງບັນຫາເຫຼົ່ານີ້ອາດນຳໄປສູ່ພາວະເສດຖະກິດຖົດຖ້ອຍໄດ້

ຈາກບັນຫາພາວະເສດຖະກິດຕົກຕໍ່າ ບວກກັບບັນຫາສິນຄ້າລາຄາແພງ ທີ່ກ່າວເບື້ອງຕົ້ນ ອາດເຮັດໃຫ້ປະເທດລາວເຂົ້າສູ່ພາວະໃນທາງເສດຖະສາດທີ່ເອີ້ນວ່າ “Stagflation”

Stagflation ມາຈາກການລວມຄຳວ່າ Stagnation ມີຄວາມໜາຍວ່າເສດຖະກິດຕົກຕໍ່າ ແລະ ຄຳວ່າ Inflation ໜາຍເຖິງພາວະເງິນເຟີ້ ລວມເຂົ້າກັນເອີ້ນວ່າ Stagflation ທີ່ມີຄວາມໜາຍວ່າ ພາວະເສດຖະກິດຕົກຕໍ່າ ແຕ່ລາຄາສິນຄ້າແພງ

ເຊິ່ງແອັດມິນມີຄວາມກັງວົນຫຼາຍໃນເລື່ອງ Stagflation ຖ້າບັນຫາເຫຼົ່ານີ້ເກີດຂື້ນ

ເນື່ອງຈາກລາຄາອາຫານເຫຼົ່ານີ້ຈະແພງຂື້ນເລີຍ(ຂື້ນລະບໍ່ລົງ) ພາລະຈະໄປຕົກຢູ່ທີ່ຜູ້ບໍລິໂພກ ທີ່ມີລາຍຮັບເທົ່າເກົ່າ ແຕ່ລາຄາສິນຄ້າທ້ອງຕະຫຼາດແພງຂື້ນ ເຮັດໃຫ້ເຮົາຊື້ສິນຄ້າໄດ້ໜ່ອຍລົງ ແລະຖ້າສະຖານະການນີ້ດຳເນີນໄປເລື່ອຍໆ ກິນໄລຍະເວລາດົນ ຜົນຕາມມາ ຄື ປະຊາຊົນຈະບໍ່ມີເງິນເຫຼືອກະເປົ່າ ການໃຊ້ຈ່າຍຢຸດສະຫງັກ ຫົວໜ່ວຍທຸລະກິດເຈັງເພາະແບກຮັບຕົ້ນທຶນບໍ່ໄຫວແລະບໍ່ມີຄົນຊື້ ຜົນສຸດທ້າຍລະບົບເສດຖະກິດກໍ່ຈະພັງໃນທີ່ສຸດ

ที่มา เพจ 10 STORY ເລື່ອງເລົ່າຂອງ 10